camelbtc

camelbtc

วันเสาร์ที่ 24 มกราคม พ.ศ. 2569

ພຣະ­ເຈົ້າຊົງສ້າງໂລກ

ໃນ ຕົ້ນ ເດີມ ນັ້ນ ພຣະ­ເຈົ້າ ຊົງ ນິ­ລະ­ມິດ­ສ້າງ ແຜ່ນ‌ດິນ ແລະ ສັບ‌ພະ ທຸກ ສິ່ງ ໃນ ທ້ອງຟ້າ. ໂລກ ບໍ່ ທັນ ມີ ຮູບ‌ຮ່າງ ເທື່ອ ຄວາມ‌ມືດ ຫຸ້ມ ຫໍ່ ມະຫາ‌ສະໝຸດ ອັນ ກວ້າງ ໃຫຍ່ ໄພ‌ສານ ແລະ ພຣະ‌ວິນຍານ ຂອງ ພຣະ­ເຈົ້າ ຊົງ ວົນ‌ວຽນ ຢູ່ ເທິງ ນ້ຳ.3ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ແສງ‌ສະຫວ່າງ ເກີດ ມີ ຂຶ້ນ” ແສງ‌ສະຫວ່າງ ກໍ ມີ ຂຶ້ນ ມາ.ພຣະ‌ອົງ ຈຶ່ງ ຊົງ ທອດ ພຣະ‌ເນດ ແສງ‌ສະຫວ່າງ ດ້ວຍ ຄວາມ ພໍພຣະໄທ. ດັ່ງ‌ນັ້ນ ຈຶ່ງ ຊົງ ແຍກ ແສງ‌ສະຫວ່າງ ອອກ‌ຈາກ ຄວາມ‌ມືດ ພຣະ‌ອົງ ຊົງ ເອີ້ນ ແສງ‌ສະຫວ່າງ ນັ້ນ ວ່າ, “ກາງ‌ເວັນ” ແລະ ຊົງ ເອີ້ນ ຄວາມ‌ມືດ ນັ້ນ ວ່າ, “ກາງ‌ຄືນ” ມື້ ຄືນ ຜ່ານ‌ໄປ ມື້ ເຊົ້າ ຕ່າວ ມາ 

ແມ່ນ ມື້ ທີ ໜຶ່ງ. ຕໍ່‌ມາ ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ມີ ວົງ ໂຄ້ງ ແຍກ ນ້ຳ ອອກ‌ຈາກ ກັນ ເປັນ ສອງ ສ່ວນ ຄື: ນ້ຳ ຢູ່ ເທິງ ວົງ ໂຄ້ງ ແລະ ນ້ຳ ຢູ່ ລຸ່ມ ວົງ ໂຄ້ງ.”ແລ້ວ ສິ່ງ ນັ້ນ ກໍ‌ເກີດ ມີ ມາ.ດັ່ງ‌ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ເຮັດ ວົງ ໂຄ້ງ ແລະ ຊົງ ເອີ້ນ ວົງ ໂຄ້ງ ນັ້ນ ວ່າ, “ຟ້າ” ມື້ ຄືນ ຜ່ານ‌ໄປ ແລະ ມື້ ເຊົ້າ ຕ່າວ ມາ 

ແມ່ນ ມື້ ທີ ສອງ.ຕໍ່‌ມາ ອີກ ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ນ້ຳ ທີ່‌ຢູ່ ລຸ່ມ ທ້ອງ‌ຟ້າ ໂຮມ ເຂົ້າ‌ກັນ ຢູ່ ບ່ອນ ດຽວ ເພື່ອ ໃຫ້ ມີ ວັດ‌ຖຸ ແຫ້ງ ປະ‌ກົດ ຂຶ້ນ” ແລ້ວ ສິ່ງ ນັ້ນ ກໍ‌ເກີດ ມີ ມາ.ພຣະ‌ອົງ ຊົງ ເອີ້ນ ວັດ‌ຖຸ ແຫ້ງ ນັ້ນ ວ່າ, “ແຜ່ນ‌ດິນ” ແລະ ຊົງ ເອີ້ນ ນ້ຳ ທີ່ ໂຮມ ເຂົ້າ‌ກັນ ນັ້ນ ວ່າ, “ມະຫາ‌ສະໝຸດ” ພຣະ‌ອົງ ຊົງ ຊົມ ສິ່ງ ທີ່ ນິ­ລະ­ມິດ­ສ້າງ ຂຶ້ນ ມາ ແລ້ວ ນັ້ນ ກໍ ຊົງ ພໍພຣະໄທ.ຈຶ່ງ ຊົງ ສັ່ງ ວ່າ, “ໃຫ້ ແຜ່ນ‌ດິນ ເກີດ ພືດ ທຸກ ຊະ‌ນິດ ທັງ ແນວ ເປັນ ເມັດ ແລະ ແນວ ເປັນ ໝາກ” ແລ້ວ ທຸກ ສິ່ງ ກໍ‌ເກີດ ມີ ມາ.ດັ່ງ‌ນັ້ນ ພືດ ທຸກ ຊະ‌ນິດ ຈຶ່ງ ເກີດ ມີ ຂຶ້ນ ຕາມ ທີ່ ພຣະ‌ອົງ ຊົງ ສັ່ງ ພຣະ‌ອົງ ຊົງ ທອດ ພຣະ‌ເນດ ສິ່ງ ທີ່ ຊົງ ນິ­ລະ­ມິດ­ສ້າງ ກໍ ຊົງ ພໍພຣະໄທ.ມື້ ຄືນ ຜ່ານ‌ໄປ ແລະ ມື້ ເຊົ້າ ຕ່າວ ມາ 

ແມ່ນ ມື້ ທີ ສາມ.ຕໍ່‌ມາ ພຣະ­ເຈົ້າ ຊົງ ສັ່ງ ວ່າ, “ໃຫ້ ມີ ດວງ ແຈ້ງ ໃນ ທ້ອງ‌ຟ້າ ແຍກ ກາງ‌ເວັນ ແລະ ກາງ‌ຄືນ ແລະ ໃຫ້ ກຳ‌ນົດ ເວ‌ລາ ຂອງ ມື້ ຂອງ ປີ ແລະ ຂອງ ລະດູການ.ພ້ອມ ທັງ ສົ່ງ ແສງ ລົງ‌ມາ ເທິງ ແຜ່ນ‌ດິນ ໂລກ ແລ້ວ ສິ່ງ ນັ້ນ ກໍ‌ເກີດ ມີ ມາ.ດັ່ງ‌ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ສ້າງ ດວງ ແຈ້ງ ໃຫຍ່ ສອງ ດວງ ຄື ດວງ ຕາ‌ເວັນ ສຳ‌ລັບ ຄອບ‌ຄອງ ກາງ‌ເວັນ ແລະ ດວງ‌ຈັນ ສຳ‌ລັບ ຄອບ‌ຄອງ ກາງ‌ຄືນ ພຣະ‌ອົງ ຍັງ ໄດ້ ຊົງ ສ້າງ ໝູ່ ດວງ‌ດາວ ຕ່າງໆ ອີກ. ພຣະ‌ອົງ ໄດ້ ຕັ້ງ ດວງ ຕາ‌ເວັນ ດວງ‌ຈັນ ແລະ ດວງ‌ດາວ ຕ່າງໆ ທີ່‌ຢູ່ ເທິງ ຟ້າ ໃຫ້ ສົ່ງ ແສງ‌ສະຫວ່າງ ລົງ ມາ‌ສູ່ ແຜ່ນດິນໂລກ.ເພື່ອ ກຳ‌ນົດ ກາງ‌ເວັນ ກາງ‌ຄືນ ແລະ ແຍກ ແສງ‌ສະຫວ່າງ ອອກ‌ຈາກ ຄວາມ‌ມືດ ພຣະ‌ອົງ ຊົງ ທອດ ພຣະ‌ເນດ ສິ່ງ ທີ່ ນິ­ລະ­ມິດ­ສ້າງ ກໍ ຊົງ ພໍພຣະໄທ.ມື້ ຄືນ ຜ່ານ‌ໄປ ແລະ ມື້ ເຊົ້າ ຕ່າວ ມາ 

ແມ່ນ ມື້ ທີ ສີ່.ແລ້ວ ຕໍ່‌ມາ ພຣະ‌ອົງ ຊົງ ສັ່ງ ວ່າ, “ໃຫ້ ສັດ ຫລາຍ ແນວ ເກີດ ຂຶ້ນ ໃນ ນ້ຳ ແລະ ໃຫ້ ມີ ນົກ ບິນ ໄປ ມາ ໃນ ທ້ອງ‌ຟ້າ ອາ­ກາດ” ແລ້ວ ກໍ ເປັນ ດັ່ງນັ້ນ.ສະ‌ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ນິ­ລະ­ມິດ­ສ້າງ ສັດ‌ທະ ເລ ຂະ‌ໜາດ ໃຫຍ່ ແລະ ສິ່ງ ທີ່ ມີ‌ຊີວິດ ທຸກ ຊະ‌ນິດ ເກີດ ຂຶ້ນ ມາ ໃນ ນ້ຳ ແລະ ຊົງ ສ້າງ ນົກ ທຸກ ຊະ‌ນິດ ໃນ ທ້ອງ‌ຟ້າ ອາ­ກາດ ພຣະ‌ອົງ ຊົງ ທອດ ພຣະ‌ເນດ ສິ່ງ ທີ່ ນິ­ລະ­ມິດ­ສ້າງ ກໍ ຊົງ ພໍພຣະໄທ.ແລ້ວ ຊົງ ອວຍ‌ພອນ ແກ່ ສັດ ເຫລົ່າ‌ນັ້ນ ວ່າ, “ຈົ່ງ ອອກ ແມ່ ແຜ່ ລູກ ໃຫ້ ເຕັມ ມະຫາ‌ສະໝຸດ ແລະ ໃຫ້ ມີ ຝູງ ນົກ ແຜ່‌ຜາຍ ຂະ‌ຫຍາຍ ພັນ ຫລາຍ ຂຶ້ນ ເທິງ ແຜ່ນ‌ດິນ ໂລກ.”ມື້ ຄືນ ຜ່ານ‌ໄປ ແລະ ມື້ ເຊົ້າ ຕ່າວ ມາ 

ແມ່ນ ມື້ ທີ ຫ້າ.ຄັນ ຕໍ່‌ມາ ພຣະ­ເຈົ້າ ຊົງ ສັ່ງ ອີກ ວ່າ, “ໃຫ້ ສັດ ຕ່າງໆ ຄື ສັດ‌ບ້ານ ສັດ‌ປ່າ ແລະ ສັດ‌ເລືອ‌ຄານ ເກີດ ມີ ຂຶ້ນ ທົ່ວ‌ໂລກ” ແລ້ວ ສິ່ງ ນັ້ນ ກໍ‌ເກີດ ມີ ມາ.ດັ່ງ‌ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ນິ­ລະ­ມິດ­ສ້າງ ສັດ‌ບ້ານ ສັດ‌ປ່າ ແລະ ສັດ‌ເລືອ‌ຄານ ທຸກ ຊະ‌ນິດ ພຣະ‌ອົງ ຊົງ ທອດ ພຣະ‌ເນດ ສັດ ເຫລົ່າ‌ນັ້ນ ກໍ ຊົງ ພໍພຣະໄທ.ຄັນ ແລ້ວ ພຣະ­ເຈົ້າ ຈຶ່ງ ຊົງ ກ່າວ ວ່າ, “ບັດ‌ນີ້ ເຮົາ ຈະ ສ້າງ ມະ­ນຸດ ໃຫ້ ມີ ຮູບ‌ຮ່າງ ຄ້າຍ‌ຄື ເຮົາ ເອງ ເຂົາ ຈະ ມີ ອຳ‌ນາດ ເໜືອກ ວ່າ ປາ ນົກ ສັດ‌ປ່າ ແລະ ສັດ‌ເລືອ‌ຄານ ຕ່າງໆ.”ດັ່ງ‌ນັ້ນ ພຣະ­ເຈົ້າ ຈຶ່ງ ຊົງ ສ້າງ ມະ­ນຸດ ໃຫ້ ມີ ຮູບ‌ຮ່າງ ຄ້າຍຄື‌ກັນ ກັບ ພຣະ‌ອົງ ພຣະ‌ອົງ ໄດ້ ຊົງ ສ້າງ ຊາຍ ແລະ ຍິງ.ຄັນ ສ້າງ ແລ້ວ ກໍ ຊົງ ອວຍ‌ພອນ ໃຫ້ ແກ່ ເຂົາ ວ່າ, “ຈົ່ງ ມີ ລູກ‌ເຕົ້າ ໃຫ້ ມາກ ຫລາຍ ໃຫ້ ເຊື້ອ‌ສາຍ ຂອງ ພວກ ເຈົ້າ ມີ ຢູ່ ທົ່ວ ທຸກ ແຫ່ງ ເພື່ອ ຄຸ້ມ‌ຄອງ ໂລກ ເຮົາ ໃຫ້ ພວກ ເຈົ້າ ມີ ອຳ‌ນາດ ເໜືອກ ວ່າ ປາ ນົກ ສັດ‌ປ່າ ແລະ ສັດ‌ເລືອ‌ຄານ ທຸກ ຊະນິດ.”ພຣະ­ເຈົ້າ ຊົງ ກ່າວ ຕໍ່‌ໄປ ວ່າ, “ສຳ‌ລັບ ພວກ ເຈົ້າ ເຮົາ ໄດ້ ໃຫ້ ພືດ ແລະ ໝາກ ໄມ້ ທຸກ ຊະ‌ນິດ ເປັນ ອາຫານ.ແຕ່ ສຳ‌ລັບ ສັດ‌ປ່າ ສັດ‌ເລືອ‌ຄານ ແລະ ຝູງ ນົກ ນັ້ນ ເຮົາ ໄດ້ ໃຫ້ ຫຍ້າ ເປັນ ອາ­ຫານ” ແລ້ວ ສິ່ງ ນັ້ນ ກໍ‌ເກີດ ມີ ມາ.ພຣະ­ເຈົ້າ ຊົງ ທອດ ພຣະ‌ເນດ ສັບ‌ພະ ທຸກ ສິ່ງ ທີ່ ຊົງ ນິ­ລະ­ມິດ­ສ້າງ ກໍ ຊົງ ພໍ‌ພຣະໄທ ຫລາຍ ມື້ ຄືນ ຜ່ານ‌ໄປ ມື້ ເຊົ້າ ຕ່າວ ມາ 

ແມ່ນ ມື້ ທີ ຫົກ.ດັ່ງ‌ນັ້ນ ແຜ່ນດິນ‌ໂລກ ທ້ອງ‌ຟ້າ ສັບ‌ພະ ທຸກ ສິ່ງ ໃນ ໂລກ ແລະ ໃນ ທ້ອງ‌ຟ້າ ກໍ ສຳເລັດເສັດສິ້ນ.ໃນ ມື້ ທີ ເຈັດ ສັບ‌ພະ ທຸກ ສິ່ງ ກໍ ສຳ‌ເລັດ ໝົດ ແລ້ວ ໃນ ວັນ ນີ້ ພຣະ­ເຈົ້າ ຊົງ ພັກ‌ຜ່ອນ ແລະ ຢຸດ ກິດ­ຈະ­ການ ທັງປວງ.ພຣະ‌ອົງ ຊົງ ອວຍ‌ພອນ ແກ່ ມື້ ທີ ເຈັດ ແລ້ວ ຕັ້ງ ເປັນ ວັນ ຂອງ ພຣະ­ເຈົ້າ ເພາະ ໃນ ວັນ ນັ້ນ ການ ນິ­ລະ­ມິດ­ສ້າງ ກໍ ສຳ‌ເລັດ ໝົດ ແລ້ວ ແລະ ພຣະ‌ອົງ ຊົງ ຢຸດ ກິດ­ຈະ­ການ ທັງປວງ.

Share:

0 $type={blogger}:

แสดงความคิดเห็น

ຕິດຕາມ Facebook Page

ຕິດຕໍ່ທາງແອັບ

ຕິດຕາມຊ່ອງ youtube

viefaucet.com

autofaucet.dutchycorp.space

camelbtc.com

camelbtc.com
ເກມຫາຫຼຽນ btc +Zero

นาจา

Copyright © web affiliate marketing | kai kh & a m |kham 4.0