camelbtc

camelbtc

วันศุกร์ที่ 20 พฤษภาคม พ.ศ. 2565

hardware (ຮາດແວ) ແມ່ນຫຍັງ

 


Shopping ທ່ຽວຮ້ານຄ້າອອນລາຍ

*****************

    ຮາດ​ແວຣ໌ ໝາຍ​ເຖິງ ອຸ​ປະ​ກອນ​ຕ່າງໆ ​ ທີ່​ປະກອບ​ຂຶ້ນ​ເປັນ​ເຄື່ອງ​ຄອມພິວເຕີ​ ມີ​ລັກສະນະ​ເປັນ​ໂຄງ​ຮ່າງ​ສາມາດ​ເບິ່ງ​ເຫັນ​ດ້ວຍ​ຕາ​ ແລະ ​ສໍາ​ຜັດ​ໄດ້​ (ຮູບ​ປະທຳ​) ເຊັ່ນ​: ຈໍ​ພາບ​, ຄີ​ບ​ອ​ດ,​ ເຄື່ອງ​ພິມ,​ ເມົາ​ສ໌​ ເປັນ​ຕົ້ນ​ ຊຶ່ງ​ສາມາດ​ແບ່ງ​ອອກ​ເປັນ​ສ່ວນ​ຕ່າງ​ໆ​ຕາມ​ລັກສະນະ​ການ​ເຮັດ​ວຽກງານ​ ໄດ້​ 4 ຫນ່ວຍ​ ຄື​: ຫນ່ວຍ​ຮັບ​ຂໍ້​ມູນ​ (Input Unit), ຫນ່ວຍ​ປະ​ມວນ​ຜົນກາງ​(Central Processing Unit : CPU), ຫນ່ວຍ​ສະແດງ​ຜົນ​ (Output Unit), ຫນ່ວຍ​ເກັບ​ຂໍ້​ມູນ​ສຳ​ຮອງ​ (Secondary Storage) ໂດຍ​ອຸປະກອນ​ແຕ່​ລະ​ຫນ່ວຍ​ມີ​ຫນ້າທີ່​ການ​ເຮັດ​ວຽກງານ​ແຕກ​ຕ່າງ​ກັນ​.


1. ສ່ວນຮັບຂໍ້ມູນ (Input  Unit): ເປັນສ່ວນປະກອບຂອງຄອມພິວເຕີ ທີ່ເຮັດໜ້າທີ່ຮັບຂໍ້ມູນຈາກຄົນ ແລະ ສົ່ງຂໍ້ມູນໄປຍັງໜ່ວຍປະມວນຜົນ (Processing Unit) ເພື່ອທໍາການປະມວນຜົນຕໍ່່ໆໄປ ຮູບແບບການສົ່ງຂໍ້ມູນຈາກອຸປະກອນຕ່າງໆ ທີ່ນໍາຂໍ້ມູນຈາກພາຍນອກເຂົ້າສູ່ເຄື່ອງຄອມພິວເຕີເອີ້ນວ່າ: ອູປະກອນນໍາເຂົ້າຂໍ້ມູນ (Input Device) ໄດ້ແກ່: Keyboard, Mouse, USB, Camera,





👉 Speaker…

  ສ່ວນປະມວນຜົນຂໍ້ມູນ (Central Processing Unit): ເປັນສ່ວນທໍາໜ້າທີ່ໃນການປະມວນຜົນຂໍ້ມູນທີ່ຮັບມາຈາກສ່ວນຮັບຂໍ້ມູນ (Input Unit) ເພື່ອໃຫ້ໄດ້ຜົນລັບຕາມທີ່ຕ້ອງການ ອີກທັງຍັງທໍາໜ້າທີ່ໃນການຄວບຄຸມການທໍາງານຕ່າງໆພາຍໃນເຄື່ອງຄອມພິວເຕີ.



👉 ໜ່ວຍຄວາມຈໍາ (Memory Unit):ເປັນອຸປະກອນເກັບສະຖານະຂໍ້ມູນ ແລະ ຊຸດຄໍາສັ່ງ ເພື່ອການປະມວນຜົນຂອງຄອມພິວເຕີ ແບ່ງອອກເປັນ 2 ປະເພດຄື:




   - ໜ່ວຍຄວາມຈໍາຊົ່ວຄາວ

   - ໜ່ວຍຄວາມຈໍາຖາວອນ


👉 ໜ່ວຍຄວາມຈໍາຊົ່ວຄາວຄື: ແຣມ (RAM: Random Access Memory) ເປັນໜ່ວຍຄວາມຈໍາທີ່ໃຊ້ໃນຄະນະທີ່ຄອມພິວເຕີທໍາງານ ຂໍ້ມູນ ແລະ ຊຸດຄໍາສັ່ງຈະຫາຍໄປເມື່ອເຮົາປິດເຄື່ອງຄອມພິວເຕີ.




👉 ໜ່ວຍຄວາມຈໍາຖາວອນ ຫຼື ໜ່ວຍຄວາມຈໍາຫຼັກ ໄດ້ແກ່: ຮາດດິດ (Hard Disk) ທີ່ໃນການເກັບຂໍ້ມູນ ແລະ ຣອມ (ROM: Read Only Memory) ທີ່ໃຊ້ໃນການເກັບຄ່າ Bios ໜ່ວຍຄວາມຈໍາຖາວອນຈະໄຊ້ໃນການເກັບຂໍ້ມູນ.




 

2. ໜ່ວຍສະແດງຜົນ (Output Unit): ເປັນໜ່ວຍສະແດງຜົນລັບທີ່ມາຈາກການປະມວນຜົນຂໍ້ມູນໂດຍສ່ວນຫຼາຍຈະແບ່ງອອກເປັນ 2 ປະເພດຄື:



1. 
ໜ່ວຍຄວາມຈໍາຊົ່ວຄາວ (Soft copy): ການສະແດງຜົນອອກມາໃຫ້ຜູ້ໃຊ້ໄດ້ຮັບຮູ້ໃນຂະນະນັ້ນກໍຈະຫາຍໄປ ບໍ່ເຫຼືອໃຫ້ເປັນວັດຖຸໃຫ້ເກັບໄວ້ໄດ້ ຖ້າຕ້ອງການເກັບຜົນລັບນັ້ນກໍ່ສາມາດສົ່ງຖ່າຍໄປເກັບໃນຮູບຂອງຂໍ້ມູນໃນໜ່ວຍເກັບຂໍ້ມູນສໍາຮອງເພື່ອສາມາດໃຊ້ງານ.


 2. ໜ່ວຍຄວາມຈໍາຖາວອນ (Hard copy): ການສະແດງຜົນທີ່ສາມາດຈັບຕ້ອງ ແລະ ເຄື່ອນຍ້າຍໄປໄດ້ຕາມທີ່ຕ້ອງການມັນຈະອອກມາໃນຮູບແບບຂອງກະດາດເຊິ່ງຜູ້ໃຊ້ສາມາດນໍາໃຊ້ໄດ້ໃນທີ່ຕ່າງໆໄດ້ ຫຼື ໃຫ້ຜູ້ຮ່ວມງານເບິ່ງຢູ່ບ່ອນໄດກໍ່ໄດ້.


 *****************

Shopping ທ່ຽວຮ້ານຄ້າອອນລາຍ


Share:

วันศุกร์ที่ 13 พฤษภาคม พ.ศ. 2565

Protocol ມາດຕະຖານຂອງລະບົບເຄື່ອຂ່າຍ

ຮູ້ຈັກກັບ Protocol



ການທີ່ຈະໃຫ້ຄອມພິວເຕີສາມາດຕິດຕໍ່ສື່ສານກັນໄດ້ຢ່າງເຂົ້າໃຈນັ້ນຈໍາເປັນຕ້ອງມີພາສາໃນການສື່ສານໂດຍສະເພາະພາສາຂອງການ ສື່ສານໃນຄອມພິວເຕີເອີ້ນວ່າProtocol ເປັນລະບຽບວິທີທີ່ກໍານົດຂຶ້ນ ສໍາລັບການສື່ສານໃຫ້ສາມາດຕິດຕໍ່ສື່ສານກັນຫຼືຮັບສົ່ງຂໍ້ມູນລະຫວ່າງຕົ້ນທາງກັບປາຍທາງໄດ້ຢ່າງຖືກຕ້ອງບໍ່ຜິດພາດ, Protocol ທີ່ໃຊ້ກັບຄອມ ພິວເຕີມີຢ່າງຫຼວງຫຼາຍເຊັ່ນ : NetBEUI ເຊິ່ງເປັນ Protocol ອີກອັນ ທີ່ໃຊ້ໄດ້ດີໃນລະບົບເຄືອຂ່າຍຂະຫນາດນ້ອຍ ທີ່ໃຊ້ລະບົບປະຕິບັດການ Windows ແຕ່ບໍ່ສາມາດເຮັດວຽກໄດ້ໄວຫຼາຍ ນິຍົມໃຊ້ໃນລະບົບ ປະຕິບັດການລຸ້ນເກົ່າຢ່າງ Windows For Workgroup 3.11 ເປັນຕົ້ນ ແລະ ຍັງມີ Protocol ອື່ນໆອີກຫຼາຍ ແຕ່ສ່ວນຫຼາຍທີ່ໃຊ້ກັນເປັນຫຼັກກໍ່ຄື TCP/IP (Transmission Control Protocol / Internet Protocol).


TCP/IP

ເປັນ Protocol ທີ່ໃຊ້ກັນໃນເຄືອຂ່າຍອິນເຕີເນັດເຊິ່ງແນ່ນອນວ່າໃຊ້ໃນ Home Network ໄດ້ດ້ວຍ TCP/IP ຈະເຮັດຫນ້າທີ່ເປັນສື່ ກາງໃນການຮັບສົ່ງຂໍ້ມູນໃນເຄືອຂ່າຍ ການເຮັດວຽກຂອງ TCP/IP ຈະມີການຈັດແບ່ງຂໍ້ມູນອອກເປັນຍ່ອຍໆນັ້ນເປັນຂໍ້ມູນຕົ້ນສະບັບອີກຄັ້ງ ແລະຮັບປະກັນຄວາມຖຶກຕ້ອງດ້ວຍໂຕມັນເອງ.

IP Address

່ ການຕິດຕໍ່ສື່ສານໃນເຄືອຂ່າຍຄອມພິວເຕີທີ່ໃຊ້ Protocol TCP/IPນອກຈາກການເຮັດວຽກຂອງ TCP/IP ແລ້ວຍັງມີການກໍານົດເລກຫມາຍຂອງອຸປະກອນທຸກຢ່າງໃນເຄືອຂ່າຍເພື່ອເກີດການອ້າງອີງໂດຍບໍ່ຊ້ໍາກັນ ຈະຕ້ອງສົ່ງຂໍ້ມູນໄດ້ຢ່າງຖືກຕ້ອງ ເລກຫມາຍດັ່ງກ່າວ ເອີ້ນວ່າ IP Address ເປັນຕົວເລກຫຼັກ 4 ຊຸດທີ່ຂັ້ນດ້ວຍຈຸດເຊັ່ນ 192.168.0.1 IP Address ປຽບເຫມືອນກັບເລກທີ່ບ້ານ ໂດຍເຮືອນ ແຕ່ລະຫຼັງ ຕ້ອງມີເລກທີ່ບ້ານໂດຍບໍ່ຊ້ໍາກັນຖ້າຊ້ໍາກັນແລ້ວບຸລຸດໄປສະນີ

ຄົງຈະສົ່ງຈົດຫມາຍບໍ່ຖຶກ, ສໍາລັບໃນ Home network ຂອງເຮົາຈະ ເລີ້ມກໍານົດ IP Address ເປັນ 192.168.0.2 ແບບນີ້ໄປເລື້ອຍໆແຕ່ ຕ້ອງບໍ່ເກີນ 192.168.0.254.


ນອກຈາກນີ້ຍັງມີເລື່ອງຂອງຄວາມໄວໃນການຕິດຕໍ່ສື່ສານແລະແລກປ່ຽນຂໍ້ມູນໃນປະຈຸບັນມີມາດຕະຖານທີ່ເອີ້ນວ່າ Fast Ethernet ຫົວ ໃຈຫຼັກຂອງ Fast Ethernet ກໍ່ຄືຄວາມໄວໃນການຮັບສົ່ງຂໍ້ມູນ 100 Mbps / ວິນາທີ ແລະຄວາມໄວຂະຫນາດ 1000 Mbps ຫຼື 1Gbps / ວິນາທີ ແລະ ອາດເຖິງ 10 Gbps ໃນອານາຄົດໄວໆນີ້.


ສໍາລັບ Home Network ທີ່ແນະນໍາໃຫ້ທ່ານຜູ້ອ່ານຮູ້ຈັກ ແລະ ຈະເລີ້ມລົງມືປະຕິບັດຕໍ່ໄປນີ້ຈະເປັນລະບົບ ແລນ(LAN)ແບບ Peer to Peer ໃຊ້ຮູບແບບການເຊື່ອມຕໍ່ແບບ Star ໂດຍໃຊ້ ສາຍ UTP ແລະ ອຸປະກອນເພີ້ມເຕີມຄື Hub ຫຼື ສະວິດ ແລະ ກໍານົດ IP Address ເລີ້ມຕັ້ງແຕ່ 192.168.0.1 ເປັນຕົ້ນໄປ IEEE (Institute of Electrical and Electronics Engineers) ແລະ EIA (Electronics Association) ເປັນຫນ່ວຍງານສາກົນທີ່ ມີຫນ້າທີ່ໃນການກໍານົດມາດຕະຖານຂອງການອອກແບບຜະລິດຕະພັນ Electronics ກໍານົດຮູບແບບ, ການສົ່ງສັນຍານ ຈະມີ Protocol ຢູ່ 3 ແບບດ້ວຍກັນຄື

ARCnet, Ethernt, Token Ring

ARCnet ຫຼື Attached ARCnet Resource Computing Network

   ເປັນ Protocol ທີ່ອອກແບບໂດຍບໍລິສັດ Data Point ໃນຊ່ວງເວລາ ປີ ຄ.ສ 1977 ໃຊ້ຫຼັກການແບບ "Transmission Permission" ໃນການສົ່ງຂໍ້ມູນຈະມີການກໍານົດຕໍາແຫນ່ງ Address ຂອງເຄື່ອງ Workstation ລົງໄປນໍາຈະສາມາດເຊື່ອມຕໍ່ໄດ້ທັງແບບ Bus ແລະ Star ມີຄວາມໄວໃນການສົ່ງຂໍ້ມູນຄ່ອນຂ້າງນ້ອຍມີພຽງ 2.5 Kbps/ ວິນາທີ, ເຮັດໃຫ້ບໍ່ເປັນທີ່ນິຍົມໃຊ້.

Ethernet

ເປັນ Protocol ທີ່ອອກແບບໂດຍບໍລິສັດ Xerox ໃນຊ່ວງ ປີ ຄ.ສ 1970 ໃຊ້ຫຼັກການເຮັດວຽກແບບ CSMA/CD(Carrier Sense Multiple Access With Collision Detection) ໃນການ ສົ່ງເມວແຊໄປໃນສາຍສັນຍານຂອງລະບົບເຄືອຂ່າຍຖ້າຫາກມີການສົ່ງ ອອກມາພ້ອມກັນຍ່ອມຈະເກີດການຕໍາກັນ(Collision) ຂອງສັນຍານເຮັດໃຫ້ການສົ່ງສັນຍານຜ່ານຂໍ້ມູນຕ້ອງຢຸດລົງທັນທີ CSMA/CD ຈະ ໃຊ້ວິທີຂອງ Listen before-Transmiting ຄືກ່ອນຈະສົ່ງສັນຍານ ອອກໄປຈະຕ້ອງມີການກວດສອບວ່າຂະນະນັ້ນມີWorkstation ເຄື່ອງ ໃດເຮັດການຮັບສົ່ງເມວແຊໃນສາຍ Cable ຢູ່ຫຼືບໍ່? ຖ້າມີກໍ່ຕ້ອງຖ້າຈົນ ກວ່າສາຍ Cable ຫ່ວາງແລ້ວຈຶ່ງສົ່ງຂໍ້ມູນອອກໄປຕາມສາຍ Cable.

Token Ring

ເປັນ Protocol ອອກແບບໂດຍບໍລິສັດ IBM ໃຊ້ມາດຕະຖານຂອງ IEEE 802.5 ມີລະບົບການຕິດຕໍ່ແບບ Token Passing ສາມາດເຊື່ອມ ຕໍ່ໄດ້ທັງແບບ Ring ແລະ Star ມີຄວາມໄວໃນການຮັບສົ່ງຂໍ້ມູນ 4/16 Mbps ແລະຍັງເຊື່ອມຕໍ່ເຂົ້າໃນຮາດແວ ແລະ ຊອບແວຂອງເຄື່ອງເມນ ແຟຣມໄດ້ໂດຍຕົງ, ຈາກບັນຫາທີ່ເກີດການຕໍາກັນຂອງສັນຍານ(Collision) ເປັນເຫດໃຫ້ IBM ຫັນມາໃຊ້ສັນຍານ Token ເພື່ອຕິດຕໍ່ລະຫວ່າງໂມດ. ຂັ້ນຕອນການຮັບ-ສົ່ງຂໍ້ມູນແບບ Token -Passing Ring ມີດັ່ງນີ້

    ຊຸດຂໍ້ມູນ Token ຈະຖືກສົ່ງໃຫ້ແລ່ນໄປອ້ອມໆວົງແຫວນຂອງ Network ຖ້າມີ Workstation ເຄື່ອງໃດຕ້ອງການຈະສົ່ງຂໍ້ມູນກໍ່ຈະຕ້ອງຖ້າຈົນກວ່າ Token ນັ້ນຫວ່າງກ່ອນ.

ເມື່ອຮັບ Token ຫວ່າງມາແລ້ວ ກໍ່ຈະເຮັດການເຄື່ອນຍ້າຍຂໍ້ມູນຕໍ່ທ້າຍກັບ Token ນັ້ນແລ້ວສົ່ງຂໍ້ມູນໄປຫາປາຍທາງ.

Workstation ອື່ນໆ ຕ້ອງການຈະສົ່ງຜ່ານຂໍ້ມູນ ກໍ່ຈະຕ້ອງຖ້າຈົນກວ່າ Token ຈະຫວ່າງຈຶ່ງຈະສົ່ງຂໍ້ມູນໄດ້.

 

Share:

วันพุธที่ 11 พฤษภาคม พ.ศ. 2565

ລະບົບເຄືອຂ່າຍສາມາດແບ່ງອອກເປັນ 3 ປະເພດດ້ວຍກັນຄື

 ລະບົບເຄືອຂ່າຍສາມາດແບ່ງອອກເປັນ 3 ປະເພດດ້ວຍກັນຄື

1. LAN (Local Area Network)

ລະບົບເຄືອຂ່າຍທ້ອງຖິ່ນເປັນ Network ໃນໄລຍະທາງບໍ່ເກີນ 10ກິໂລແມັດ, ບໍ່ຕ້ອງໃຊ້ເຄືອຂ່າຍການສື່ສານຂອງອົງການໂທລະສັບ ຄື ຈະເປັນລະບົບເຄືອຂ່າຍທີ່ຢູ່ພາຍໃນອາຄານໃນໄລຍະໃກ້ໆ. 





2. MAN (Metropolitan Area Network)

ລະບົບເຄືອຂ່າຍເມືອງເປັນ Network ທີ່ຈະຕ້ອງໃຊ້ເຄືອຂ່າຍ. ຂອງອົງການໂທລະສັບເປັນການຕິດຕໍ່ໃນເມືອງ.





3. WAN(Wide Area Network) : ລະບົບເຄືອຂ່າຍກວ້າງໄກ ຫຼື ເອີ້ນ ໄດ້ວ່າເປັນ World Wide ຂອງລະບົບ Network ໂດຍຈະເປັນການສື່ ສານໃນລະດັບປະເທດຂ້າມທະວີບ ຫຼື ທົ່ວໂລກ ຈະຕ້ອງໃຊ້ (Media) ໃນການສື່ສານຂອງອົງການໂທລະສັບ(ຄູ່ສາຍໂທລະສັບdial-up/ຄູ່ສາຍ cậi Leased Line / ISDN)(Integrated Service Digital Network ສາມາດສົ່ງໄດ້ທັງຂໍ້ມູນສຽງ ແລະ ພາບໃນເວລາດຽວກັນ).





Share:

วันศุกร์ที่ 6 พฤษภาคม พ.ศ. 2565

ICON

<img src=' '/></a></li>

 


 








*********************
Link on web






Facebook group : https://bit.ly/3sHry1j

Crypto lao group: follow my group: https://bit.ly/3sKtI03

ແຈກຟຣີ #ຕຳລາເລກ: https://bit.ly/3MfmKqY

**********
BOOK BY SEED




🔥ลวมสายเคม👉 = https://bit.ly/3Nfvhe1









Share:

ຕິດຕາມ Facebook Page

ຕິດຕໍ່ທາງແອັບ

ຕິດຕາມຊ່ອງ youtube

viefaucet.com

autofaucet.dutchycorp.space

camelbtc.com

camelbtc.com
ເກມຫາຫຼຽນ btc +Zero

นาจา

Copyright © web affiliate marketing | kai kh & a m |kham 4.0